ວິທີການຕິດຕັ້ງວິນໂດ 10 1. ວິທີການດາວໂຫຼດ Windows 10 64bit - ເຂົ້າໄປທີ່ www.google.com ຈາກນັ້ນໃຫ້ຄົ້ນຫາວ່າຄຳວ່າ “creator tool windows 10” . - ກົດເຂົ້າໄປທີ່ “ ລິ່ງ ” ອັນທຳອິດເພື່ອເຂົ້າສູ່ເວັບໄຊດ໌ໃນການດາວໂຫຼດວິນໂດ. - ແລ້ວໃຫ້ກົດທີ່ປຸ່ມ “ ດາວໂຫຼດ ” . - ດັບເບິນຄິກເພື່ອເປີດໄຟລ໌ “MediaCreatorTool”. - ກົດ “Acept” ເພື່ອດຳເນີນການຕໍ່ . - ໃນໜ້າທີ່ໂປຣແກຣມຈະຖາມວ່າຕ້ອງການທີ່ຈະ ອັບເດດເຄື່ອງ ຫຼື ສ້າງໄຟລ໌ວິນໂດ. 1.ຖ້າຕ້ອງການ “ ດາວໂຫຼດໄຟລ໌ວິນໂດໃຫ້ກົດເລືອກ “Create installation media (USB flash drive, DVD or ISO file) for another PC” 2. ແລ້ວກົດ “Next”. - ສຳລັບໜ້ານີ້ແມ່ນການທີ່ໃຫ້ເຮົາເລືອກວ່າຕ້ອງການວິນໂດເວີຊັນໃດ, ຈັກບິດ ຫຼື ພາສາໃດເຊິ່ງເຮົາສາມາດກຳນົດໄດ້ດ້ວຍຕົວເອງດັ່ງນີ້: 1. ໃຫ້ກົດເຄື່ອງໝາຍ “ ຕິກຖືກ ” ອອກກ່ອນເພື່ອເເກ້ໄຂຂໍ້ມູນການດາວໂຫຼດ. 2. ເລືອກພາສາຂອງວິນໂດທີ່ທ່ານຕ້ອງການລົງ . 3. ເລືອປະເພດວິນໂດທີ່ຕ້ອງການ ( ສ່ວນໃຫຍ່ໂປຣແກຣມຈະໃຫ້ດາວໂຫຼດທຸກເວີຊັນພ້ອມກັນທັງໝົດພາຍໃນໄຟລ໌ດຽວເລ...