Skip to main content

How to Download and Install windows 10

 

ວິທີການຕິດຕັ້ງວິນໂດ 10

1. ວິທີການດາວໂຫຼດ Windows 10 64bit

- ເຂົ້າໄປທີ່ www.google.com ຈາກນັ້ນໃຫ້ຄົ້ນຫາວ່າຄຳວ່າ “creator tool windows 10”.



     - ກົດເຂົ້າໄປທີ່ ລິ່ງອັນທຳອິດເພື່ອເຂົ້າສູ່ເວັບໄຊດ໌ໃນການດາວໂຫຼດວິນໂດ.




     - ແລ້ວໃຫ້ກົດທີ່ປຸ່ມ ດາວໂຫຼດ.



     - ດັບເບິນຄິກເພື່ອເປີດໄຟລ໌ “MediaCreatorTool”.


 - ກົດ “Acept” ເພື່ອດຳເນີນການຕໍ່.

 - ໃນໜ້າທີ່ໂປຣແກຣມຈະຖາມວ່າຕ້ອງການທີ່ຈະ ອັບເດດເຄື່ອງ ຫຼື ສ້າງໄຟລ໌ວິນໂດ.

1.ຖ້າຕ້ອງການ ດາວໂຫຼດໄຟລ໌ວິນໂດໃຫ້ກົດເລືອກ “Create installation media (USB flash drive, DVD or ISO file) for another PC”

2. ແລ້ວກົດ “Next”.

- ສຳລັບໜ້ານີ້ແມ່ນການທີ່ໃຫ້ເຮົາເລືອກວ່າຕ້ອງການວິນໂດເວີຊັນໃດ, ຈັກບິດ ຫຼື ພາສາໃດເຊິ່ງເຮົາສາມາດກຳນົດໄດ້ດ້ວຍຕົວເອງດັ່ງນີ້:

1. ໃຫ້ກົດເຄື່ອງໝາຍ ຕິກຖືກ ອອກກ່ອນເພື່ອເເກ້ໄຂຂໍ້ມູນການດາວໂຫຼດ.

2. ເລືອກພາສາຂອງວິນໂດທີ່ທ່ານຕ້ອງການລົງ.

3. ເລືອປະເພດວິນໂດທີ່ຕ້ອງການ (ສ່ວນໃຫຍ່ໂປຣແກຣມຈະໃຫ້ດາວໂຫຼດທຸກເວີຊັນພ້ອມກັນທັງໝົດພາຍໃນໄຟລ໌ດຽວເລີຍ).

4. ເລືອກປະເພດບິດຂອງວິນໂດທີ່ຈະລົງ “x86 ແມ່ນ 32bit” ແລະ “x64 ແມ່ນ 64bit” ໂດຍເຮົາສາມາດເລືອກທັງສອງອັນພ້ອມກັນເລີຍກໍໄດ້ ແຕ່ຂະໜາດໄຟລ໌ກຳຈະໃຫຍ່ຂຶ້ນ.

5. ຈາກນັ້ນໃຫ້ກົດ “Next”.

 - ຕໍ່ໄປແມ່ນຈະໃຫ້ເຮົາເລືອກວ່າຕ້ອງການບັນທຶກໄຟລ໌ໄວ້ບ່ອນໃດ ໂດຍທີ່ເຮົາຈະເລືອກອັນໃດກໍໄດ້ “.

1. ໂດຍປົກກະຕິແລ້ວຖ້າຫາກໃຜຕ້ອງການທີ່ຈະດາວໂຫຼດໄຟລ໌ມາເກັບໄວ້ເພື່ອໃຊ້ໄດ້ຫຼາຍຄັ້ງກໍຄວນເລືອກເປັນ ISO file ຫຼື ຖ້າຫາກຕ້ອງການ Boot ໃສ່ USB Drive ເພື່ອສ້າງເປັນ USB ສຳລັບການລົງວິນໂດເລີຍກໍໄດ້ເຊັ່ນດຽວກັນ.

2. ກົດ “Next”.

 3. ໃຫ້ເລືອກບ່ອນເກັບ ຈາກນັ້ນກໍປ່ຽນຊື່ໄຟລ໌ວິນໂດນັ້ນຕາມໃຈເຮົາ.


 - ໃຫ້ຖ້າຈົນກວ່າໂປຣແກຣມຈະດາວໂຫຼດສຳເລັດ ຈາກນັ້ນເຮົາກຳຈະໄດ້ໄຟລ໌ windows 10 ມາໃຊ້ງງານ.

 2. ວິທີການດາວໂຫຼດໂປຣແກຣມສໍາລັບການ Boot ໄຟລ໌ວິນໂດ “Rufus”.

- ເຂົ້າໄປທີ່ www.google.com ຈາກນັ້ນໃຫ້ຄົ້ນຫາວ່າຄຳວ່າ “Rufus” ແລ້ວໃຫ້ເຂົ້າໄປທີ່ ລິ່ງອັນທຳອິດ.

- ໃຫ້ເລື່ອນໄປຫາຄຳວ່າ ດາວໂຫຼດແລ້ວເລືອກດາວໂຫຼດເວີຊັນລ່າສຸດ.

 - ໃຫ້ເປີດໂປຣແກຣມ Rufus ຂຶ້ນມາ.

 - ໃນໜ້ານີ້ຈະເປັນການສ້າງ USB ຫຼຶ DVD ທີ່ໃຊ້ໃນການລົງວິນໂດນັ້ນເອງເຊິ່ງໃຫ້ເບິ່ງຕາມຂັ້ນຕອນລຸ່ມນີ້:

1. ສຽບ USB  ໃສ່ໃນຄອມກ່ອນ ສຳລັບ USB ຕ້ອງມີຄວາມຈຸຢ່າງໜ້ອຍ 8GB ສຳລັບວິນໂດ 64bit ຫຼື 32bit ຢ່າງດຽວ ແລະ ສຳລັບ USB ຕ້ອງມີຄວາມຈຸຢ່າງໜ້ອຍ 16GB ສຳລັບເວີຊັນລວມຂອງ 32bit+64bit”.

2.3.4 ກົດ “Select” ເລືອກໄຟລ໌ວິນໂດທີ່ເຮົາດາວໂຫຼດມາ.

5. ໃຫ້ເລືອກ “GPT ສຳລັບຄອມທີ່ຊັບພອດ Bios (UEFI)” ແລະ “MBR ສຳລັບຄອມທີ່ຊັບພອດ Bios (Legacy)”.

6. ຈາກນັ້ນກົດ “Start”. ແລ້ວກົດ “OK”, ລໍຖ້າຈົນກວ່າໂປຣແກຣມດາວໂຫຼດສຳເລັດ.

3. ວິທີການຕິດຕັ້່ງວິນໂດ (Windows 10).

- Restart ຄອມພິວເຕີ ແລ້ວໃສ່ USB ຫຼື DVD ເຂົ້າໄປໃນຄອມທີ່ຕ້ອງການລົງວິນໂດ ແລ້ວໃຫ້ກົດປຸ່ມ Boot Menu ຄ້າງໄວ້ (ການກົດເຂົ້າ Boot Menu ນັ້ນຄອມແຕ່ລະຣຸ່ນຈະມີປຸ່ມກົດແຕກຕ່າງກັນ).

- ເມື່ອກົດເຂົ້າ Boot Menu ແລ້ວໃຫ້ຊອກຫາປະເພດ ແລະ ຊື່ USB ຫຼື້ DVD ຂອງເຮົາແລ້ວກົດ Enter.

- ເມື່ອເຂົ້າບູດເຂົ້າມາວິນໂດຮຽບຮ້ອຍແລ້ວໃຫ້ເຮົາກົດ “Next” ເພື່ອດຳເນີນການຕໍ່.

 - ແລ້ວກົດ “Install Now”

 - ໃນໜ້າ “Activate Windows” ຖ້າເຮົາມີ “Serial Key” ກໍໃຫ້ໃສ່ໄດ້ເລີຍ ແຕສຳລັບໃຜທີ່ຍັງບໍ່ທັນມີກຳໃຫ້ກົດ “I don’t have product key”.

 - ຈາກນັ້ນໃຫ້ເລືອກເວີຊັນຂອງວິນໂດແລ້ວກົດ “Next” ເພື່ອດຳເນີນການຕໍ່.

 - ຕິກເລືອກ “I accept the license items” ແລ້ວກົດ “Next”.

 - ຈາກນັ້ນໃຫ້ເລືອກ “Custom: Install Windows only (advanced)”.

 - ສຳລັບຂັ້ນຕອນນີ້ເປັນການລ້າງຂໍ້ມູນເກົ່າຖິ້ມ ຖ້າຫາກໃຜບໍ່ແນ່ໃຈວ່າເຮົາຈະລົງຖືກ ຫຼື ບ? ເຮົາຄວນແບັກອັບຂໍ້ມູນໄວ້ກ່ອນ.

1. ເມື່ອລົບຂໍ້ມູນຖິ້ມແລ້ວໃຫ້ເຮົາເລືອກສ້າງໃໝ່ໂດຍໃຫ້ກົດເລືອກຊ່ອງຂໍ້ມູນທີ່ເຮົາຕ້ອງການລົງກ່ອນ

2. ກົດທີ່ “New” ເພື່ອເລືອກຂະໜາດຂອງຊ່ອງທີ່ເຮົາໃຊ້ດາວໂຫຼດ.

3. ແລ້ວກົດ “Apply”.

 - ຕໍ່ໄປໃຫ້ເລືອກຊ່ອງທີ່ເຮົາສ້າງຂຶ້ນມາໃໝ່ນັ້ນແລ້ວກົດ “Next” ເພື່ອເຮັດການຕິດຕັ້ງວິນໂດ.

- ລຳຖ້າຈົນກວ່າວິນໂດຈະເຮັດການຕິດຕັ້ງສຳເລັດ.

- ເມື່ອຕິດຕັ້ງສຳເລັດແລ້ວມັນຈະຂຶ້ນໜ້າຕັ້ງຄ່າຂໍ້ມູນກ່ອນເປີດເຄື່ອງ, ທຳອິດໃຫ້ເຮົາເລືອກຂົງເຂດຂອງເຮົາແລ້ວກົດ “Yes”.

- ຕໍ່ໄປຈະເປັນການເລືອກພາສາເລີ່ມຕົ້ນຂອງ Keyboard ແລ້ວກົດ “Yes”.

- ຕໍ່ໄປໃຫ້ເຮົາກົດ “skip” ເພື່ອຂ້າມການເລືອກປະເພດຂອງ Keyboard.

- ຈາກນັ້ນໃຫ້ເຮົາກົດຊື່ຂອງ Username ຂອງເຮົາທີ່ໃຊ້ໃນການໃຊ້ງານ.

- ສຳລັບລະຫັດຜ່ານແມ່ນຈະໃສ່ຫຼືບໍ່ກະໄດ້ ຈາກນັ້ນກົດ Next” ເພື່ອດຳເນີນການຕໍ່.

- ໃຫ້ກົດ “Acept” ເພື່ອຍອມຮັບການຕັ້ງຄ່າຕ່າງໆຂອງວິນໂດເພື່ອດຳເນີນການຕໍ່ໄປ.

- ຂັ້ນຕອນນີ້ໃຫ້ເຮົາກົດ “Yes” ຫຼື “No” ກໍໄດ້ເພື່ອດຳເນີນການຕໍ່.

- ສຳລັບໜ້ານີ້ກໃຫ້ເຮົາກົດ “Not now” ຫຼື “Accept” ເພື່ອດຳເນີນການຕໍ່ໄປ.

- ລໍຖ້າຈົນກວ່າວິນໂດຈະເຮັດການຕັ້ງຄ່າສຳເລັດ.

- ເມື່ອສຳເລັດເເລ້ວກໍຈະຂຶ້ນໜ້າຕ່າງຂອງວິນໂດ (windows 10) ປາກົດຂຶ້ນມາກໍຖືວ່າການຕິດຕັ້ງວິນໂດສຳເລັດຮຽບຮ້ອຍ.

ດາວໂຫຼດໄຟລ໌ດ້ານລຸ່ມນີ້:
 https://drive.google.com/open?id=1drU0ROBYBALVFbphxpb1J8SDrgD1ngxf

Comments

Popular posts from this blog